ວິທີໃຊ້ງານ

ທຸກເລື່ອງທີ່ຕ້ອງຮູ້ ຕັ້ງແຕ່ສະໝັກຈົນຮັບເງິນລາງວັນ

ສະໝັກສະມາຊິກ ແລະ ເຂົ້າສູ່ລະບົບ

ໃຊ້ເບີໂທກັບລະຫັດ OTP ບໍ່ຕ້ອງມີລະຫັດຜ່ານ

ຊື້ຫວຍ

ພິມເລກ 1–6 ຫຼັກ ໃສ່ຈຳນວນເງິນ ແລ້ວເພີ່ມລົງລາຍການ

ຮູ້ໄວ້ກ່ອນ
  • ປຸ່ມ "ຕຳລາ" ຊ່ວຍຫາເລກຈາກຄວາມຝັນ ປຸ່ມ "ສຸ່ມ" ສຸ່ມເລກໃຫ້
  • ຊື້ໄດ້ຈົນຮອດເວລາປິດການຂາຍຂອງງວດ ເບິ່ງເວລານັບຖອຍຫຼັງໄດ້ທີ່ໜ້າຫຼັກ ແລະ ໜ້າຊື້ຫວຍ

ເລືອກເລກຈາກແຜງຫວຍ

ແຕະເລືອກຫຼາຍເລກພ້ອມກັນ ສຳລັບເລກ 1, 2 ແລະ 3 ໂຕ

ຮູ້ໄວ້ກ່ອນ
  • ເລກ 2 ໂຕເລືອກແບບ "ເລກໜ້າ" ຫຼື "ເລກທ້າຍ" ໄດ້ ເຊັ່ນ ເລກໜ້າ 6 ຈະໄດ້ 60–69
  • ເລກ 4–6 ຫຼັກບໍ່ມີໃນແຜງ ໃຫ້ພິມເອງທີ່ໜ້າຊື້ຫວຍ

ຊຳລະເງິນຜ່ານທະນາຄານ

ເລືອກທະນາຄານ ຈ່າຍໃນແອັບທະນາຄານ ແລ້ວຮັບໃບບິນ

ຮູ້ໄວ້ກ່ອນ
  • ຖ້າເລກໃດຂາຍເຕັມໂຄຕ້າ ແອັບຈະແຈ້ງກ່ອນຈ່າຍເງິນ ແລະ ໃຫ້ຕັດເລກນັ້ນອອກ ຫຼື ປັບຍອດໄດ້
  • ຖ້າເນັດຫຼຸດລະຫວ່າງຊຳລະ ຢ່າກົດຈ່າຍຊ້ຳທັນທີ ໃຫ້ເບິ່ງທີ່ "ປະຫວັດ" ກ່ອນວ່າມີລາຍການແລ້ວຫຼືຍັງ

ປະຫວັດການຊື້ ແລະ ໃບບິນ

ເບິ່ງເລກທີ່ຊື້ ຜົນຖືກລາງວັນ ແລະ ເປີດໃບບິນຍ້ອນຫຼັງ

ຮູ້ໄວ້ກ່ອນ
  • ແຖບ "ຫວຍທີ່ຖືກ" ສະແດງສະເພາະລາຍການທີ່ຖືກລາງວັນ ໃຊ້ຊ່ອງຄົ້ນຫາດ້ານເທິງຫາເລກ ຫຼື ໝາຍເລກສັ່ງຊື້ໄດ້

ກວດຜົນລາງວັນ

ເບິ່ງຜົນຫວຍແຕ່ລະງວດຍ້ອນຫຼັງ

ລະຫັດ PIN ແລະ Face ID

ລະຫັດ 6 ຫຼັກສຳລັບຢືນຢັນຕົວຕົນເມື່ອລະບົບຂໍ

ຮູ້ໄວ້ກ່ອນ
  • ຢ່າບອກລະຫັດ PIN ຫຼື OTP ກັບໃຜ ພະນັກງານຈະບໍ່ຂໍລະຫັດເຫຼົ່ານີ້ຈາກທ່ານ
  • ການຊື້ຫວຍບໍ່ຕ້ອງໃຊ້ PIN ເພາະຢືນຢັນທີ່ແອັບທະນາຄານຢູ່ແລ້ວ

ແນະນຳເພື່ອນ

ແຊຣ໌ລະຫັດແນະນຳ ຫຼື QR ຂອງທ່ານໃຫ້ເພື່ອນ

ປ່ຽນພາສາ

ໃຊ້ແອັບເປັນພາສາໄທ ຫຼື ພາສາລາວ

ຄຳຖາມທີ່ພົບເລື້ອຍ