- 1
ຜູ້ໃຊ້ງານຕ້ອງມີອາຍຸຄົບ 18 ປີຂຶ້ນໄປ ແລະ ໃຫ້ຂໍ້ມູນທີ່ເປັນຄວາມຈິງໃນການສະໝັກສະມາຊິກ
- 2
ໜຶ່ງເບີໂທລະສັບສະໝັກໄດ້ໜຶ່ງບັນຊີ ການເຂົ້າສູ່ລະບົບໃຊ້ລະຫັດ OTP ທີ່ສົ່ງໄປຍັງເບີໂທລະສັບທີ່ລົງທະບຽນໄວ້
- 3
ການຊື້ຫວຍຊຳລະເງິນຜ່ານທະນາຄານເທົ່ານັ້ນ ລາຍການທີ່ຊຳລະເງິນສຳເລັດແລ້ວບໍ່ສາມາດຍົກເລີກ ຫຼື ຂໍເງິນຄືນໄດ້
- 4
ລະບົບຂາຍຫວຍຕາມໂຄຕ້າຂອງແຕ່ລະປະເພດໃນແຕ່ລະງວດ ຫາກຍອດທີ່ສັ່ງຊື້ເກີນໂຄຕ້າທີ່ເຫຼືອ ລະບົບຈະຂາຍເທົ່າທີ່ເຫຼືອ ແລະ ສະແດງລາຍການທີ່ປັບຍອດໃຫ້ຮັບຊາບກ່ອນຊຳລະເງິນ
- 5
ເງິນລາງວັນຄິດໄລ່ຕາມອັດຕາຈ່າຍທີ່ປະກາດໃນແອັບໃນເວລາຊື້ ແລະ ໂອນເຂົ້າກະເປົາລາງວັນຂອງຜູ້ໃຊ້ຫຼັງຈາກປະກາດຜົນຢ່າງເປັນທາງການ
- 6
ການຖອນເງິນລາງວັນເຮັດໄດ້ສະເພາະໄປຍັງບັນຊີທະນາຄານທີ່ຜູກໄວ້ໃນຊື່ຂອງຜູ້ໃຊ້ເອງ ແລະ ຕ້ອງຢືນຢັນດ້ວຍລະຫັດ PIN
- 7
ຜູ້ໃຊ້ຕ້ອງຮັກສາລະຫັດ OTP ແລະ ລະຫັດ PIN ໄວ້ເປັນຄວາມລັບ ບໍລິສັດບໍ່ຮັບຜິດຊອບຄວາມເສຍຫາຍຈາກການເປີດເຜີຍລະຫັດໃຫ້ຜູ້ອື່ນ
- 8
ບໍລິສັດເກັບກຳຂໍ້ມູນສ່ວນບຸກຄົນເທົ່າທີ່ຈຳເປັນຕໍ່ການໃຫ້ບໍລິການ ແລະ ຕາມທີ່ກົດໝາຍກຳນົດ
- 9
ບໍລິສັດຂໍສະຫງວນສິດລະງັບບັນຊີທີ່ພົບການໃຊ້ງານຜິດປົກກະຕິ ສໍ້ໂກງ ຫຼື ຂັດກັບເງື່ອນໄຂນີ້
- 10
ບໍລິສັດອາດແກ້ໄຂເງື່ອນໄຂການໃຊ້ງານໄດ້ ໂດຍຈະແຈ້ງໃຫ້ຊາບຜ່ານແອັບກ່ອນມີຜົນບັງຄັບໃຊ້
ການກົດຍອມຮັບຖືວ່າຜູ້ໃຊ້ໄດ້ອ່ານ ແລະ ຕົກລົງຕາມເງື່ອນໄຂທັງໝົດຂ້າງເທິງ